Friday, June 2, 2023
Google search engine
HomeThai Newsເຫັນແລ້ວເສົ້າໃຈ! ລູກທໍລະພີ ຕົວະຂາຍເຮີຶອນດິນພໍ່ແລ້ວໜີ ປະພໍ່ຢູ່ຫ້ອງເຊົ່າພຽງລຳພັງ

ເຫັນແລ້ວເສົ້າໃຈ! ລູກທໍລະພີ ຕົວະຂາຍເຮີຶອນດິນພໍ່ແລ້ວໜີ ປະພໍ່ຢູ່ຫ້ອງເຊົ່າພຽງລຳພັງ

~

ຂີ່ລົດມາເຫັນພໍ່ຕູ້ນີ້ຍ່າງຕໍ່ຕີນຊ້າໆ ຈະໄປໂຮງໝໍ ກະເລີຍຈອດລົດຖາມວ່າຊິໄປໃສພໍ່ຕູ້ກະວ່າຊິໄປໂຮງໝໍ ຖາມວ່າເປັນຫຍັງກະວ່າເຈັບຫົວໃຈປວດກະດູກຕາມຕົນໂຕ ໂຕເອງເລີຍຖາມມານຳໃຜເພີ່ນກະວ່າມາຜູ້ດຽວ ລູກເຕົ້າຖີ້ມປະໜົດ ເຂົາເນລະຄຸນພໍ່ ພໍ່ຢູ່ຫ້ອງແຖວຄົນດຽວເຊົ່າຫ້ອງຢູ່ເປັນພະນັກງານບຳນານ ລູກເຕົ້າມາຕົວະຂາຍດິນຂາຍລົດແລ້ວວ່າຊິເອົາໄປຢູ່ນຳສຸດທ້າຍກະບໍ່ເອົາໄປແລະຖີ້ມປະກະເລີຍໄດ້ຢູ່ຄົນດຽວ ມາໂຮງໝໍຄົນດຽວ

~

~

ຟັງແລ້ວນ້ຳຕາຈົນອອກ ໂຕເອງເລີຍພາໄປໂຮງໝໍແລະໃຫ້ນ້ອງໆຊ່ວຍກັນພາໄປກວດ ຫລັງຈາກກວດແລ້ວກໍ່ພາໄປສົ່ງຢູ່ຫ້ອງແຖວເພີ່ນເຊົ່າ ພໍ່ຕູ້ເປັນພະນັກງານບຳນານ ເຄີຍເປັນອາຈານສອນ ເປັນນັກຮົບເກົ່າ ມີເງິນເງິນຈ່າຍຫ້ອງແຖວ ແມ່ນໃຊ້ຈ່າຍເງິນບຳນານແຖວຈອມມະນີຢູ່ຄົນດຽວຕາມເພີ່ນບອກເລົ່າ ເຫັນແລ້ວກະເສົ້າໃຈໃຜຢາກຊ່ວຍເຫຼືອອາຫານການກິນເອົາບຸນນຳກັນບໍ່ ຕາມການບອກເລົ່າເພີ່ນບໍ່ຮູ້ວ່າແມ່ນເລື່ອງຈິງບໍ່ ຂໍອານຸຍາດເລົ່າແລະໂພຮດຕາມເພີ່ນໃຫ້ຂໍ້ມູນ ຖ້າບໍ່ຖືກບໍ່ຕ້ອງຂໍໂທດຂໍອະໄພຫຼາຍໆເພື່ອຫຼາຍໆຄົນຢາກຊ່ວຍເຫຼືອເພີ່ນ ລູກຫຼານຢູ່ໃສນໍ້ ຄືປະເພີ່ນຢູ່ແບບນີ້

~

~

ເຖີງຜ່ານມາເພີ່ນອາດຈະມີແນວດີຫຼືບໍ່ດີ ເພາະເຮົາອາດຈະບໍ່ຮູ່ກົກປາຍສາຍເຫດຫຼືເບື້ອງຫລັງ ແຕ່ຄຳວ່າພໍ່ຜູ້ໃຫ້ກຳເນີດກໍ່ຕ້ອງໄດ້ເບີ່ງແຍ່ງໃຫ້ເຖີງທີ່ສຸດຈະຊື້ເຂົ້ານ້ຳໜີ່ໄປໃຫ້ເພີ່ນ ໃຜຢາກສົມທົບເອົາບຸນນຳກັນລະສົ່ງຫາເດີ້ ກິນໜີ່ຫໍ່ໜື່ງໃຫ້ໄດ້2-3ຄາບແຮງເວົ້າແຮງອີ່ໂຕນ ມີແຕ່ໜີ່ກັບໄຂ່ກິນເຫັນແບບນີ້ຢາກມີເງິນຫຼາຍໆເດ້ ເຮັດບ້ານພັກຄົນສະລາ ສາທຸເດີ້ ຂໍໃຫ້ບຸນຜູ້ຂາມີ ໄດ້ເຮັດແດ່ທ້ອນ ທີ່ມາ

~

~

~

~

~

~

~

~

~

~

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine
Google search engine
Google search engine
Google search engine

Most Popular

Recent Comments