Wednesday, November 29, 2023
Google search engine
HomeThai Newsສອງມະຫາເສດຖີຣັດເຊຍ ຄາດຕະກຳຄອບຄົວຕົນເອງ

ສອງມະຫາເສດຖີຣັດເຊຍ ຄາດຕະກຳຄອບຄົວຕົນເອງ

~

ອີງຕາມການລາຍງານສື່ຕ່າງປະເທດລາຍງານ 2 ຄະດີຄາດຕະກຳມະຫາເສດຖີຊາວຣັດເຊຍໃນຊ່ວງເວລາໄລ່ເລ່ຍກັນໂດຍຄະດີທຳອິດໃນປະເທດແອັສປາຍສ່ວນອີກລາຍໜຶ່ງໃນຣັດເຊຍ ແລະ ເປັນອະດີດເຈົ້າໜ້າທີ່ໃນລັດຖະບານຣັດເຊຍ ພັນທະມິດຂອງປະທານາທິບໍດີ ປູຕິນ.

~

ສຳນັກຂ່າວ ມິເລີ ລາຍງານວັນທີ 21 ເມສານີ້ວ່າ: ທ້າວ ເຊຍເກີຍ ໂປໂຕເຊເນຍ ມະຫາເສດຖີຣັດເຊຍ ອາຍຸ 55 ປີ ໃຊ້ຂວານຟັນນາງ ນາຕາເລຍ (ພັນລະຍາ) ອາຍຸ 53 ປີ ແລະ ລູກສາວ ອາຍຸ 18 ປີ ກ່ອນທີ່ຈະປິດຊີບຕົນເອງ ໃນບໍລິເວນທີ່ພັກສ່ວນຕົວຢູ່ໃນເມືອງ ໂຍເລດ ເດມາ ແຄ້ວນ ກາຕາລຸນຍາ ສ່ວນລູກຊາຍອີກຄົນຢູ່ໃນຝຣັ່ງເສດໃນເວລານັ້ນ ກ່ອນຈະແຈ້ງເຈົ້າຫຼ້າທີ່ແຄ້ວນ ກາຕາລຸນຍາ ເມື່ອວັນທີ 19 ເມສາ ທີ່ຜ່ານມາຫຼັງບໍ່ສາມາດຕິດຕໍ່ຄອບຄົວຂອງຕົນເອງໄດ້.

~

~

ຫຼັງຈາກເຈົ້າໜ້າທີ່ເຂົ້າກວດສອບພາຍໃນບໍລິເວນທີ່ພັກກໍພົບ ທ້າວ ເຊຍເກີຍ ໂປໂຕເຊເນຍ ແຂວນຄໍເສຍຊີວິດຢູ່ໃນສວນ ຕໍ່ມາພົບພັນລະຍາ ແລະ ລູກສາວ ພາຍໃນທີ່ພັກດັ່ງກ່າວ ເຊິ່ງຕຳຫຼວດສັນນິຖານວ່າ ທ້າວ ເຊຍເກີຍ ໂປໂຕເຊເນຍ ໃຊ້ຂວານຟັນ ພັນລະຍາ-ລູກຕອນນອນຫຼັບ ເຈົ້າໜ້າທີ່ກຳລັງເລັ່ງສືບສວນ ແຕ່ເບື້ອງຕົ້ນບໍ່ພົບວ່າ ທ້າວ ເຊຍກີຍ ບໍ່ມີປັນຫາທາງດ້ານຄວາມຮຸນແຮງ.

~

~

ສ່ວນອີກຄະດີໜຶ່ງທີ່ເກີດຂຶ້ນໃນຣັດເຊຍ ສະກາຍນຶວ ລາຍງານໃນວັນທີ່ 20 ເມສາ ທີ່ຜ່ານມາວ່າ: ວາລະດີສະລາຟ ລາວາເຍຟ ອາຍຸ 51 ປີ ອະດີດເຈົ້າໜ້າທີ່ໃນລັດຖະບານຣັດເຊຍ ແລະ ພັນທະມິດຂອງ ປະທານາທິບໍດີ ປູຕິນ ຖືກພົບເສຍຊີວິດຂ້າງ ນາງ ເຍເລນາ ພຫນລະຍາອາຍຸ 47 ປີ ແລະ ເຣຍ ລູກສາວອາຍຸ 13 ປີ ພາຍໃນອາພາດເມັ້ນສຸດຫຼູໃນເມືອງມອສໂກ

~

~

~

~

ສື່ມວນຊົນທ້ອງຖິ່ນລາຍງານວ່າ: ສົບໄດ້ຖືກພົບເຫັນເມື່ອ ວັນຈັນທີ18 ເມສາທີ່ຜ່ານມາ ທັງໝົດເສຍຊີວິດດ້ວຍບາດແຜກະສຸນປືນ ໃນອະພາດເມັ້ນມີຮ່ອງຮອຍຕໍ່ສູ້ຂັດຂືນ ແລະ ມີການພົບອາວຸດ 13 ກະບອກພາຍໃນອະພາດເມັ້ນຊັ້ນ 14 ໃນຈຳນວນມືປືນ 1 ກະບອກມືລາຍນິ້ວມືຂອງ ທ້າວ ລາວາເຍຟ

~

~

ລາຍງານເບື້ອງຕົ້ນ ຍິງຄອບຄົວກ່ອນຫັນປືນຍິງຕົນເອງ ຫຼ້າສຸດເຈົ້າໜ້າທີ່ກຳລັງລະຫວ່າງການແກ້ໄຂສາເຫດເຊິ່ງມີຫຼາຍສາເຫດ ລວມເຖິງຂ່າວລື ທ້າວ ອາວາເຍຟ ຫຶງ ພັນລະຍາທີ່ຖືພາກັບຄົນຂັບລົດຂອງຕົນ ຂະນະທີ່ສາເຫດອັນໜຶ່ງອາດເປັນຍ້ອນທຸລະກິດຂອງ ທ້າວ ອາວາເຢຟ ໄດ້ຮັບກົດດັນທາງການເງິນອັນເປັນຜົນມາຈາກການຂວ້ຳບາດຂອງໍາດຕາເວັນຕົກຕໍຣັດເຊຍ.

~

~

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine
Google search engine
Google search engine
Google search engine

Most Popular

Recent Comments