~
ອຸຕຸເຕືອນອາທິດນີ້ ອາກາດຮ້ອນຫາຮ້ອນເອົ້າ ແລະ ຈະມີຝົນຕົກໜັກ, ຟ້າຮ້ອງຟ້າເຫຼື້ອມ ລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ
~
ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນເຝົ້າລະວັງ ສະພາບອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຝົນຕົກໜັກຟ້າຮ້ອງ -ຟ້າເຫຼື້ອມ ໃນໄລຍະວັນທີ 25 ເມສາ ຫາ 01 ພືດສະພາ 2022 ເນື່ອງຈາກຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະເພີ້ມກຳລັງແຮງຂື້ນປົກຄຸມຢູ່ທຸກພາກຂອງປະເທດລາວ,
~
~
ພ້ອມດຽວກັນສອງກະແສລົມຕາເວັນຕົກ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ, ຊື່ງຈະເຮັດໃຫ້ອາກາດຮ້ອນຂື້ນພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
~
~
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ,
~
~
ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນອົບເອົ້າທີ່ອາດຈະເກີດອັກຄີໄພ. ໃນວັນທີ່ 29 ເມສາ ຫາ 01 ພຶດສະພາ ຈະມີຝົນຕົກໜັກ, ຟ້າຮ້ອງ – ຟ້າເຫຼື້ອມ ແລະ ຟ້າຜ່າ, ລົມພາຍຸທ້ອງຖີ່ນ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ, ພ້ອມໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.
~
~
~
~