Monday, December 4, 2023
Google search engine
HomeThai Newsສະ​ຫະ​ລັດ ອັງ​ກິດ ກາ​ນາ​ດາ…ຍ່າງ​ອອກ​ຈາກຫ້ອງ​ປະ​ຊຸມ​ກຸ່ມ G-20 ພາຍຫຼັງ ຣັດ​ເຊຍ ​ເຂົ້າ​ຮ່ວມ

ສະ​ຫະ​ລັດ ອັງ​ກິດ ກາ​ນາ​ດາ…ຍ່າງ​ອອກ​ຈາກຫ້ອງ​ປະ​ຊຸມ​ກຸ່ມ G-20 ພາຍຫຼັງ ຣັດ​ເຊຍ ​ເຂົ້າ​ຮ່ວມ

~

~

ບັນ​ດາ​ຜູ້​ນຳ​ອາ​ວຸ​ໂສ​ຂອງ​ສະ​ຫະ​ລັດ, ກາ​ນາ​ດາ ແລະ ສະ​ຫະ​ສະຫະຣາສະອານາຈັກ

ອັງ​ກິດ ໄດ້​ຍ່າງ​ອອກ​ຈາກກອງ​ປະ​ຊຸມ​ຂອງ​ກຸ່ມ 20 ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່ ສຸດຂອງ​ໂລກ ຫຼື G-20 ​ໃນ​ວັນ​ພຸດ​ວານນີ້ ​ໃນ​ການ​ປະ​ທ້ວງ​ກັບ​ການ​ຕັດ​ສິນ​ໃຈ​ຂອງ​ກຸ່ມ G-20 ທີ່​ໄດ້​ອະ​ນຸ​ຍາດ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ, ລວມ​ທັງ​ລັດ​ຖະ​ມົນ​ຕີ​ການ​ເງິນ​ທ່ານ ແອນ​ທອນ ຊີ​ລົວ​ນອ​ຟ, ເຂົ້າ​ຮ່ວມ.

~

~

ສະ​ຫະ​ລັດ ແລະ ສະ​ມາ​ຊິກ​ອື່ນໆ​ຂອງ G-20 ໄດ້​ຮຽກ​ຮ້ອງ​ ອິນ​ໂດ​ເນ​ເຊຍ, ເຊິ່ງ​ປັດ​ຈຸ​ບັນ​ເປັນ​ປະ​ທານ​ວຽນ​ຂອງ​ອົງ​ການ​ດັ່ງ​ກ່າວ, ໃຫ້​ຫ້າມ​ຣັດ​ເຊຍ​ຈາກ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຍ້ອນ​ກາ​ນ​ບຸ​ກ​ລຸກ​ຢູ​ເຄ​ຣນ​ຂອງ​ພວກ​ເຂົາ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່.

~

~

ຂໍ້​ເທັດ​ຈິງ​ທີ່ ຣັດ​ເຊຍ ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ຮ່ວມ​ນັ້ນ​ໄດ້​ເນັ້ນ​ໃຫ້​ເຫັນ​ຄວາມ​ແຕກ​ແຍກ​ທີ່​ສຳ​ຄັນ​ຢູ່​ພາຍ​ໃນ​ອົງ​ການ​ດັ່ງ​ກ່າວ​ໃນ​ການ​ແກ້​ໄຂ​ສົງ​ຄາມ​ໃນ​ຢູ​ເຄ​ຣນ.

~

~

ແນວ​ໃດ​ກໍ່​ຕາມ ຢູ​ເຄ​ຣນ ບໍ່​ແມ່ນ​ສະ​ມາ​ຊິກ​ຂອງ G-20, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢູ​ເຄ​ຣນ ທ່ານ ດ​ມິ​ໂທ​ຣ ຄູ​ເລ​ບາ ແລະ ລັດ​ຖະ​ມົນ​ຕີ​ການ​ເງິນ ທ່ານ ເຊີ​ຮີ ມາ​ເຊັນ​ໂກ ແມ່ນ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.

~

~

ໃນ​ການ​ກ່າວ​ຄຳ​ປ​າ​ໄສ​ຢູ່​ຕອນ​ເລີ່ມ​ຕົ້ນ​ຂອງກອງ​ປະ​ຊຸມ​ນັ້ນ, ທ່ານ ຄູ​ເລ​ບາ ໄດ້​ປະ​ຕິ​ຍານ​ວ່າ ຢູ​ເຄ​ຣນ ຈະ​ບໍ່​ຍອມ​ເສຍ​ເຂດ​ແດນ​ໃຫ້ຣັດ​ເຊຍ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ.

ທັງ​ທ່ານ ຄູ​ເລ​ບາ ແລະ ທ່ານ ມາ​ເຊັນ​ໂກ ກໍ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ຍ່າງ​ອອກ​ຈາກກອງ​ປະ​ຊຸມ.

~

~

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine
Google search engine
Google search engine
Google search engine

Most Popular

Recent Comments